UNODC ລາຍງານ ການເຕີບໃຫຍ່ທາງເສດຖະກິດຂອງປະເທດໃນອາຊຽນ ມາພ້ອມກັບບັນຫາອາຊະຍາກຳຂ້າມຊາດ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEiT2uM1a_HynxWO-Z2rS-7y2TRjl4XtXds52pmn9eGmDbnzx1BjdpHlWLUCYf8VfLi-Nf4AqNx9P7K7FvmEDGc_TRF9926islE0K3dK-4-NqEiINDbEBUxJJchYao17i_-p2wXOwO96C50/s1600/919.jpg)
ສຳນັກງານປ້ອງກັນຢາເສບຕິດ ແລະ ປາບປາມອາຊະຍາກຳແຫ່ງສະຫະປະຊາຊາດ (UNODC) ລາຍງານວ່າ ການເຕີບໃຫຍ່ທາງເສດຖະກິດຂອງປະເທດໃນອາຊີຕາເວັນອອກສຽງໃຕ້ ໄດ້ຊ່ວຍຍົກລະດັບໂຄງສ້າງການຄົມມະນາຄົມຕ່າງໆບໍ່ວ່າຈະເປັນເສັ້ນທາງ, ລາງລົດໄຟ, ທ່າເຮືອ ຫຼື ການເດີນທາງດ້ວຍເຮືອບິນ.
ລາຍງານຂອງສະມາຄົມອາຊຽນລະບຸວ່າ ມູນຄ່າຜະລິດຕະພັນລວມຍອດ ຫຼື GDP ຂອງ 10 ປະເທດໃນອາຊຽນຢູ່ທີ່ລະດັບ 2,550,000 ລ້ານໂດລາສະຫະລັດເມື່ອປີທີ່ຜ່ານມາ ໂດຍ 24% ເປັນການຊື້-ຂາຍສິນຄ້າໃນກຸ່ມປະເທດອາຊຽນດ້ວຍກັນເອງ.
ແຕ່ການຂະຫຍາຍຕົວດັ່ງກ່າວນຳໄປສູ່ການຜ່ອນຄາຍມາດຕະການຄວບຄຸມຕາມແນວຊາຍແດນ ແລະ ຍິ່ງເຮັດໃຫ້ເຫັນຄວາມແຕກຕ່າງທີ່ບໍ່ເປັນມາດຕະຖານດຽວກັນຂອງແຕ່ລະປະເທດ ໃນການບໍລິຫານຈັດການບັນຫາອາຊະຍາກຳ ແລະ ການກໍ່ການຮ້າຍ.
ທ່ານ Aldo Lale Demoz ຮອງຜູ້ອຳນວຍການຂອງ UNODC ກ່າວຕໍ່ທີ່ປະຊຸມດ້ານຄວາມໝັ້ນຄົງຂອງອາຊຽນເມື່ອບໍ່ດົນມານີ້ວ່າ: "ການເຊື່ອມໂຍງລະຫວ່າງອາຊຽນກັບສ່ວນອື່ນໆຂອງອາຊີ ແລະ ທົ່ວໂລກຫຼາຍຂຶ້ນນັ້ນ ຖືວ່າເປັນປະໂຫຍດໃຫຍ່ຫຼວງຕໍ່ການຄ້າ ແລະ ຄວາມຈະເລີນເຕີບໃຫຍ່ທາງເສດຖະກິດ ແຕ່ໃນຂະນະດຽວກັນກໍ່ນຳຄວາມທ້າທ້າຍດ້ານຄວາມໝັ້ນຄົງ ແລະ ປອດໄພມາດ້ວຍເຊັ່ນກັນ ໂດຍສະເພາະຢ່າງຍິ່ງອາຊະຍາກຳຂ້າມຊາດ ແລະ ການກໍ່ການຮ້າຍ"
ການຂະຫຍາຍຕົວດ້ານການຄ້າຍັງເຮັດໃຫ້ເກີດຄວາມສ່ຽງຕໍ່ບັນຫາການລັກລອບຄ້າມະນຸດ, ການຟອກເງິນ, ຢາເສບຕິດ, ສິນຄ້າປອມແປງ, ການລັກລອບຄ້າສັດປ່າ ຕະຫຼອດຮອດຜູ້ກໍ່ການຮ້າຍ ເຊິ່ງອາຊະຍາກຳເຫຼົ່ານີ້ສາມາດເດີນທາງຈາກປະເທດໜຶ່ງໄປສູ່ອີກປະເທດໜຶ່ງໄດ້ງ່າຍຂຶ້ນ.
UNODC ລະບຸວ່າຈຳນວນເງິນຈາກອາຊະຍາກຳຜິດກົດໝາຍທີ່ຫຼັງໄຫຼເຂົ້າມາໃນແຖບອາຊຽນໃນແຕ່ລະປີນັ້ນ ອາດສູງເຖິງ 100,000 ລ້ານໂດລາ ແລະ ເພີ່ມຂຶ້ນທຸກປີ ເຊິ່ງສູງກວ່າມູນຄ່າ GDP ຂອງບາງປະເທດໃນອາຊຽນຫຼາຍເທົ່າ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ