ສະຫະລັດອາເມຣິກາທົດສອບຂີປະນາວຸດ Minuteman III ອີກແລ້ວ


ສຳນັກຂ່າວຕ່າງປະເທດລາຍງານ 4 ພຶດສະນາ 2017 ວ່າ: ກອງບິນອະວະກາດທີ 30 ສັງກັດກອງທັບອາກາດສະຫະລັດໄດ້ມີການທົດສອບຂີປະນາວຸດຂ້າມທະວີບ (ICBM) ແບບບໍ່ໄດ້ຕິດຫົວຮົບ Minuteman III ເມື່ອທ່ຽງຄືນຂອງວັນພຸດທີ່ຜ່ານມາຕາມເວລາທ້ອງຖິ່ນ ໂດຍຂີປະນາວຸດສາມາດເຄື່ອນທີ່ໄປຕາມທິດທາງທີ່ກຳນົດໄວ້ປະມານ 6,800 ກິໂມແມັດ ຈາກຖານທັບອາກາດແວນແດນເບີກ ລັດຄາລິຟໍເນຍ ກ່ອນຕົກລົງບໍລິເວນເກາະປະກາລັງຄວາຈາເລນ ທາງຕອນໃຕ້ຂອງໝູ່ເກາະມາແຊວ.
ເຊິ່ງກອງທັບອາກາດສະຫະລັດອາເມຣິກາຢືນຢັນວ່າ ການທົດສອບຂີປະນາວຸດ Minuteman III ໃນຄັ້ງນີ້ ຖືເປັນຄັ້ງທີ 2 ໃນຮອບອາທິດດຽວ ໂດຍຄັ້ງກ່ອນໜ້ານີ້ເກີດຂຶ້ນເມື່ອວັນທີ 26 ເມສາ 2017 ທີ່ຜ່ານມາ ເປັນການວາງແຜນລ່ວງໜ້າມາດົນກວ່າ 10 ເດືອນແລ້ວ ປັດຈຸບັນກອງທັບສະຫະລັດອາເມຣິກາມີຂີປະນາວຸດ Minuteman III ໄວ້ໃນຄອບຄອງປະມານ 450 ລູກ, ມີໄລຍະການຍິງສູງສຸດ 8,000 ກິໂລແມັດ, ລາຄາລູກລະປະມານ 7 ລ້ານໂດລາສະຫະລັດ ແລະ ຜະລິດໂດຍບໍລິສັດໂບອິ້ງ.
ເຖິງຢ່າງໃດກໍ່ຕາມ ການເຄື່ອນໄຫວດັ່ງກ່າວຂອງສະຫະລັດອາເມຣິກາເກີດຂຶ້ນໃນຂະນະທີ່ບັນຍາກາດຢູ່ແຫຼມເກົາຫຼີຍັງເຄັ່ງຕຶງຢ່າງໜັກ ທ່າມກາງຄວາມເປັນຫ່ວງຂອງຫຼາຍຝ່າຍກ່ຽວກັບການທົດສອບອາວຸດ ຫຼື ລະເບີດນິວເຄຼຍຄັ້ງຕໍ່ໄປຂອງເກົາຫຼີເໜືອ

ສະແດງຄວາມຄິດເຫັນ