ສະຫະລັດສົ່ງອາວຸດໃຫ້ກຸ່ມຕິດອາວຸດຊາວເຄີດ ອ້າງເພື່ອໃຫ້ສູ້ກັບກຸ່ມ IS ໃນຊີຣີ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjBlZ_28Khs0JV6yECFCqSZbQ8s6P9u0axyncpJ8YAq-_n3uKhXxxk7vcitMWujHoo6RayPqrQa0Uqn6u0JOLBzcSar7K-0gapRr2xKnyZh0awSxMcz9xGsL1M8CFqtXAOovbvymXSVCUA/s1600/113.jpg)
ສຳນັກຂ່າວຕ່າງປະເທດລາຍງານ 31 ພຶດສະພາ 2017 ວ່າ: ກະຊວງປ້ອງກັນປະເທດສະຫະລັດອາເມຣິກາອອກຖະແຫຼງການເມື່ອວັນອັງຄານທີ່ຜ່ານມາເລື່ອງການສົ່ງມອບອາວຸດຍຸດໂທປະກອນຊຸດທຳອິດໃຫ້ແກ່ກອງກຳລັງປ້ອງກັນຕົນເອງຊາວເຄີດ (YPG) ເຊິ່ງສ່ວນໃຫຍ່ມີເຂດທີ່ໝັ້ນໃນພາກເໜືອຂອງຊີຣີ ເພື່ອເປັນການຍົກລະດັບຂີດຄວາມສາມາດຂອງ YPG ໃນການສູ້ຮົບກັບກຸ່ມ IS ໃນຊີຣີ ແລະ ເປັນການເພີ່ມປະສິດທິພາບຂອງການສູ້ຮົບເພື່ອຂັບໄລ່ກຸ່ມ IS ອອກຈາກເມືອງຣັກກາ ເຊິ່ງເປັນເມືອງໃຫຍ່ຢູ່ພາກເໜືອຂອງຊີຣີ ເຊິ່ງການເຄື່ອນໄຫວດັ່ງກ່າວເປັນໄປຕາມຄຳສັ່ງຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ທີ່ໄດ້ອະນຸມັດເມື່ອຕົ້ນເດືອນນີ້.
ໃນຂະນະທີ່ປະເທດຕວັກກີ ຍັງສະຫງວານທ່າທີ່ຕໍ່ການເຄື່ອນໄຫວຄັ້ງນີ້ຂອງລັດຖະບານສະຫະລັດ ເນື່ອງຈາກຕວັກກີຂຶ້ນບັນຊີດຳກຸ່ມ YPG ເປັນກຸ່ມກໍ່ການຮ້າຍ ແລະ ມີເຊື່ອວ່າກຸ່ມ YPG ເຊື່ອມໂຍງໃນຖານະພັນທະມິດຂອງພັກແຮງງານເຄີດິສະຖານ (PKK) ທີ່ເຮັດສົງຄາມກັບກອງທັບຕວັກກີໃນປີ 1984
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ