ສະຫະລັດທົດສອບຂີປະນາວຸດປ້ອງກັນ ICBM ທ່າມກາງຄວາມເຄັ່ງຕຶງກັບເກົາຫຼີເໜືອ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEiHloLy8N-8ySXQcqgPqTVekTeq3qEHTYVHjgLqJPWrGD2kJ4CNLBc_Rmg-f2hi_olpckgLifNAmo44cpliS3CKnnDLv_c9vHVZtie3rnXBpTcvuXB77jd-ubUmr7uvbyzP1RccfHR3U38/s1600/110.jpg)
ສຳນັກຂ່າວຕ່າງປະເທດລາຍງານ 31 ພຶດສະພາ 2017 ວ່າ: ສຳນັກງານປ້ອງກັນຂີປະນາວຸດ (MDA) ຂອງກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ຈຳລອງສະຖານະການການປ້ອງກັນປະເທດຈາກການໂຈມຕີຂອງຂີປະນາວຸດຂ້າມທະວີບ (ICBM) ພາຍໃນຖານທັບອາກາດແວນແດນເບີກ ລັດຄາລິຟໍເນຍ ເມື່ອວັນອັງຄານທີ່ຜ່ານມາ ໂດຍຖືເປັນຄັ້ງທຳອິດຢ່າງທີ່ເປັນທາງການ ທີ່ລັດຖະບານສະຫະລັດໄດ້ມີໂອກາດທົດສອບປະສິດທິພາບຂອງລະບົບປ້ອງກັນຂີປະນາວຸດ Ground-based Midcourse Defense (GMD) ແລະ ຜົນການທົດສອບປະສົບຄວາມສຳເລັດເປັນຢ່າງດີ GMD ສາມາດສະກັດເປົ້າໝາຍຈຳລອງໄດ້ຢ່າງແມ້ນຢຳ.
ເຊິ່ງມີລາຍງານວ່າສະຫະລັດເຄີຍທົດສອບປະສິດທິພາບຂອງ GMD ຢູ່ພາຍໃນມາແລ້ວຫຼາຍຄັ້ງ ໂດຍຄັ້ງຫຼ້າສຸດເກີດຂຶ້ນໃນປີ 2014 ແຕ່ການທົດສອບ 3 ຄັ້ງກ່ອນປະສົບກັບຄວາມຜິດພາດ ເນື່ອງຈາກລະບົບຍັງບໍ່ສາມາດສະກັດການເຄື່ອນທີ່ຂອງເປົ້າໝາຍໄດ້ ແລະ ນັບຕັ້ງແຕ່ເລີ່ມມີການທົດສອບຄັ້ງທຳອິດໃນປີ 1999 ລະບົບສາມາດທຳລາຍເປົ້າໝາຍໄດ້ພຽງ 9 ຄັ້ງຈາກທັງໝົດ 17 ຄັ້ງ.
ເຖິງຢ່າງໃດກໍ່ຕາມການສະແດງພະລັງດ້ານຂີປະນາວຸດຂອງສະຫະລັດໃນຄັ້ງນີ້ເກີດຂຶ້ນພາຍຫຼັງທີ່ເກົາຫຼີເໜືອປະກາດວ່າປະສົບຄວາມສຳເລັດໃນການທົດສອບຂີປະນາວຸດສະກັດ ເມື່ອວັນຈັນທີ່ຜ່ານມາ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ