ສະຫະລັດອາເມຣິກາ ສົ່ງເຮືອບິນຖິ້ມລະເບີດໄປວົນວຽນຢູ່ແຫຼມເກົາຫຼີ


ສຳນັກຂ່າວຕ່າງປະເທດລາຍງານ 2 ພຶດສະພາ 2017 ໂດຍອ້າງຈາກລາຍງານຂອງສຳນັກຂ່າວກາງຂອງເກົາລີເໜືອ (KCNA) ປະນາມຢ່າງໜັກຕໍ່ກັບກໍລະນີທີ່ສະຫະລັດອາເມຣິກາສົ່ງເຮືອບິນຖິ້ມລະເບີດທາງຍຸດທະສາດ U.S. Air Force B-1B bomber ຈຳນວນ 2 ລຳ ຂຶ້ນບິນວົນເໜືອແຫຼມເກົາຫຼີໃນມື້ນີ້ (2 ພຶດສະພາ) ເປັນການສະທ້ອນເຖິງຄວາມກະຫາຍສົງຄາມຂອງສະຫະລັດອາເມຣິກາທີ່ນັບມື້ນັບຊັດເຈນຂຶ້ນເລື້ອຍໆ ທີ່ຕ້ອງການຍາດຊິງຄວາມໄດ້ປຽບທາງຍຸດທະສາດດ້ວຍການເປັນຝ່າຍບຸກໂຈມຕີເກົາຫຼີເໜືອກ່ອນ, ພຶດຕິກຳຮຸກຮານແບບນີ້ຂອງສະຫະລັດອາເມຣິກາມີແຕ່ຊຸກດັນໃຫ້ແຫຼມເກົາຫຼີໃກ້ເຂົ້າສູ່ສົງຄາມຫຼາຍຂຶ້ນເທົ່ານັ້ນ (ຄຳກ່າວຂອງ KCNA).
ໃນດ້ານຂອງກອງທັບສະຫະລັດ ແລະ ກະຊວງປ້ອງກັນປະເທດເກົາຫຼີໃຕ້ກໍ່ໄດ້ອອກຖະແຫຼງພຽງວ່າ ເຮືອບິນທັງ 2 ລຳເດີນທາງມາຈາກຖານທັບຂອງສະຫະລັດອາເມຣິກາຢູ່ເກາະກວມ ເພື່ອຮ່ວມພາລະກິດເຝິກຊ້ອມຮົບກັບກອງທັບອາກາດເກົາຫຼີໃຕ້ຕາມກຳນົດການ.

ສະແດງຄວາມຄິດເຫັນ