ເຈົ້າໜ້າທີ່ໄທຈັບແກ້ງຄ້າຢາເສບຕິດ 1 ໃນນັ້ນເປັນຄົນລາວ
ວັນທີ 5 ມີນາ 2017 ເຈົ້າໜ້າທີ່ໄທໄດ້ຈັບກຸມຜູ້ຄ້າຢາເສບຕິດຈຳນວນ 5 ຄົນ ແລະ ມີຄົນລາວ 1 ຄົນຊື່ ນາງ ຫວາຍຄຳ ສຸວັນທອງ ອາຍຸ 27 ປີ ພ້ອມຂອງກາງກັນຊາແຫ້ງອັດກ້ອນ ນໍ້າໜັກລວມ 500 ກິໂລ.
ເຈົ້າໜ້າທີ່ໄທໄດ້ຮູ້ວ່າ ກຸ່ມຜູ້ຕ້ອງຫາ ເປັນກຸ່ມບຸກຄົນເປົ້າໝາຍ ຈຶ່ງໄດ້ສົ່ງຊຸດປະຕິບັດການເຂົ້າຕິດຕາມ ແລະ ກວດສອບ ຈາກການກວດສອບພົບວ່າກຸ່ມຜູ້ຕ້ອງຫາໄດ້ມີການລຳລຽງກັນຊາອັດກ້ອນເຂົ້າມາ ຈຶ່ງໄດ້ມີການຈັບກຸມຕົວ ແລະ ຢຶດຍາເສບຕິດທັງໝົດໄວ້ເປັນຂອງກາງ ກ່ອນຄວບຄຸມຕົວສົ່ງພະນັກງານສອບສວນ ເພື່ອດຳເນີນຄະດີຕາມກົດໝາຍ.
ສະແດງຄວາມຄິດເຫັນ