ເຈົ້າແຂວງສະຫວັນນະເຂດ ສັ່ງໃຫ້ຍຸບເລີກປ້ອມ, ດ່ານ, ຈຸດກວດ ທີ່ບໍ່ໄດ້ກຳນົດຢ່າງເປັນທາງການ



ອີງຕາມຄຳສັ່ງຂອງທ່ານເຈົ້າແຂວງສະຫວັນນະເຂດ ເລກທີ 1892/ຈຂ.ສຂ ລົງວັນທີ 12 ທັນວາ 2016 ໃຫ້ຍຸບເລີກປ້ອມ, ດ່ານ, ຈຸດກວດກາ ທີ່ບໍ່ໄດ້ກຳນົດຢ່າງເປັນທາງການ ຕາມເສັ້ນທາງຫຼວງຕ່າງໆໃນທົ່ວແຂວງສະຫວັນນະເຂດ ເຊິ່ງມີລາຍລະອຽດດັ່ງນີ້
1. ໃຫ້ຍຸບເລີກປ້ອມ, ດ້ານ ຈຸດກວດກາຕ່າງໆທີ່ບໍ່ໄດ້ກຳນົດຢ່າງເປັນທາງການ ຕາມສາຍທາງເລກ 9 ແລະ ເສັ້ນທາງຫຼວງຕ່າງໆພາຍໃນແຂວງສະຫວັນນະເຂດ
2. ກຳນົດຈຸດກວດກາຂອງເຈົ້າໜ້າທີ່ດັ່ງນີ້:
- ຈຸດກວດກາຂອງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບແຂວງປະກອບມີ 3 ຈຸດຄື: ຈຸດເຊບັ້ງຫຽງ ເມືອງສອງຄອນ, ຈຸດບ້ານໂນນສັນ ເມືອງໄຊບູລີ ແລະ ຈຸດສາລາກາຍຍ່າງ ເມືອງພິນ (ໃຫ້ປະຕິບັດຕາມໜ້າວຽກວິຊາສະເພາະຂອງວຽກງານ ປກສ ເທົ່ານັ້ນ)
- ຈຸດກວດກາດ້ານບ້ານດົງ ປະກອບດ້ວຍ: ເຈົ້າໜ້າທີ່ກອງກວດກາພາສີ ແລະ ເຈົ້າໜ້າທີ່ຕຳຫຼວດຊາຍແດນເທົ່ານັ້ນ (ເຮັດໜ້າທີ່ກວດກາສະກັດກັ້ນການລັກລອບສິນຄ້າຜິດກົດໝາຍ ໂດຍອີງຕາມແຫຼ່ງຂ່າວ, ຂໍ້ມູນ ແລະ ເປົ້າໝາຍທີ່ມີການສົງໄສ
3. ໃຫ້ບັນດາເມືອງ, ພະແນກການ ແລະ ກົມກອງໃນທົ່ວແຂວງກວດກາການປະຕິບັດໜ້າທີ່ຂອງພະນັກງານທີ່ຢູ່ໃຕ້ການຄຸ້ມຄອງຂອງຕົນ ແລະ ມອບໃຫ້ພະແນກກວດກາລັດແຂວງ ເປັນເຈົ້າການໃນການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ຂອງພາກສ່ວນຕ່າງໆ; ຖ້າພົບເຫັນການກະທຳຜິດຄຳສັ່ງສະບັບນີ້ ແມ່ນໃຫ້ປະຕິບັດຕາມລະບຽບ, ກົດໝາຍທີ່ກຳນົດໄວ້ຢ່າງເຂັ້ມງວດ ແລະ ລາຍງານໃຫ້ການນຳແຂວງຮັບຊາບໃນທັນທີ
ຖ້າຫາກປະຊາຊົນ, ຜູ້ປະກອບການພົບເຫັນ ຫຼື ມີຂໍ້ມູນການເຄື່ອນໄຫວທີ່ບໍ່ຖືກຕ້ອງຂອງເຈົ້າໜ້າທີ່, ທ່ານສາມາດແຈ້ງຫາຫ້ອງການປົກຄອງແວງ ເພື່ອເປັນຂໍ້ມູນໃນການດຳເນີນການຕໍ່ໄປ
- ທ່ານ ພູຂົງ ນາມມະຈັກ ຫົວໜ້າຫ້ອງວ່າການປົກຄອງແຂວງ ເບີໂທ 020-5564-2062
- ທ່ານ ພູສະໄໝ ກິດຕິລາດ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ເບີໂທ 020-5564-2299
- ທ່ານ ພົງຄຳຮັກ ບຸດທະວົງ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ເບີໂທ 020-9177-7799
4. ບັນດາທ່ານເຈົ້າເມືອງ, ຫົວໜ້າພະແນກການ, ກົມກອງໃນທົ່ວແຂວງຈົ່ງຮັບຮູ້ ແລະ ປະຕິບັດຄຳສັ່ງສະບັບນີ້ຢ່າງເຂັ້ມງວດ
5. ຄຳສັ່ງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ
ເຈົ້າແຂວງໆສະຫວັນນະເຂດ
ສັນຕິພາບ ພົມວິຫານ

ສະແດງຄວາມຄິດເຫັນ