ເອີຣົບ ຍິນດີສືບຕໍ່ຊ່ວຍເຫຼືອການສຶກສາ ສປປ.ລາວ
ສະຫະພາບເອີຣົບ ຍິນດີສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານໃນຂະແໜງການສຶກສາຂອງລາວ ໂດຍການປັບປຸງຄຸນະພາບ ແລະ ຄວາມສອດຄ່ອງຂອງການສຶກສາ, ປັບປຸງລະບົບບໍລິຫານ ແລະ ຄຸ້ມຄອງການສຶກສາ ພ້ອມທັງຮັບປະກັນການເຂົ້າເຖິງການສຶກສາຢ່າງເທົ່າທຽມ.
ເມື່ອວັນທີ 18 ພະຈິກ ຜ່ານມາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ
ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ບຣາຍອັນ ຟໍຣນາຣິ ຫົວໜ້າດ້ານການຮ່ວມມື ຈາກສະຫະພາບເອີຣົບ ປະຈໍາ ສປປ ລາວ, ໂດຍມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມ.
ການເຂົ້າພົບປະໃນຄັ້ງນີ້, ກໍ່ເພື່ອເປັນການປຶກສາຫາລືໃນການສຶກສາຫາຂໍ້ມູນຂອງການອອກແບບໂຄງການຊ່ວຍເຫຼືືອຕ່າງໆ
ໂດຍມີເງື່ອນໄຂໃນການຊ່ວຍເຫຼືອ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ 5 ປີ (2016-2020) ຂອງລັດຖະບານ ສປປ ລາວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເວົ້າລວມ, ເວົ້າສະເພາະແມ່ນ ເພື່ອປັບປຸງການເຂົ້າເຖິງການສຶກສາຢ່າງສະເໝີພາບ ແລະ ເທົ່າທຽມ, ປັບປຸງຄຸນະພາບການສຶກສາ, ລະບົບກາບໍລິຫານແລະຄຸ້ມຄອງການສຶກສາ.
ສຳລັບເງື່ອນໄຂການຊ່ວຍເຫຼືອດ້ານການຮັບປະກັນການເຂົ້າເຖິງການສຶກສາຢ່າງເທົ່າທຽມ ແລະ ສືບຕໍ່ຮຽນຈົບການສຶກສາ
ຂັ້ນພື້ນຖານ ຄາດຄະເນຜົນໄດ້ຮັບແມ່ນຈຳນວນນັກຮຽນທີ່ສຳເລັດການສຶກສາຂັ້ນພື້ນຖານເພີ່ມຂຶ້ນ ແລະ ຈຳນວນທີ່ຄ້າງຫ້ອງ, ປະລະການຮຽນຫຼຸດລົງ; ດ້ານການປັບປຸງຄຸນະພາບ ແລະ ຄວາມສອດຄ່ອງຂອງການສຶກສາ ຄາດຄະເນຜົນໄດ້ຮັບແມ່ນທັກສະໃນການອ່ານການຂຽນ, ການຄິດໄລ່ເລກ, ອຸປະກອນຮັບໃຊ້ການຮຽນ-ການສອນ, ຄຸນະພາບໃນການກໍ່ສ້າງຄູລະບົບການພັດທະນາວິຊາຊີບຄູ, ຜົນການອ່ານ, ການຂຽນ ແລະ ການຄິດໄລ່ເລກພື້ນຖານໄດ້ຮັບການປັບປຸງດີຂຶ້ນ; ດ້ານລະບົບການບໍລິຫານ ແລະ ຄຸ້ມຄອງການສຶກສາ ຄາດຄະເນຜົນໄດ້ຮັບແມ່ນ ການວາງແຜນ ແລະ ການສ້າງແຜນງົບປະມານມີຄວາມເຊື່ອໂຍງກັນຫຼາຍຂຶ້ນທັງລະດັບສູນກາງ ແລະ ລະດັບແຂວງ, ການບໍລິຫານ ແລະ ຄຸ້ມຄອງຢູ່ລະດັບຫ້ອງການສຶກສາທິການ ແລະ ກິລາເມືອງແລະລະດັບໂຮງຮຽນມີຄວາມເຂັ້ມແຂງ, ສັດສ່ວນງົບປະມານບໍລິຫານທີ່ບໍ່ແມ່ນເງິນເດືອນເພີ່ມຂຶ້ນ ໂດຍຜ່ານການປັບປຸງປະສິດທິພາບໃນດານນຳໃຊ້ຄູ.
ໃນໄລຍະຜ່ານມາ ສະຫະພາບເອີຣົບ ໄດ້ໃຫ້ການຊ່ວຍເຫຼືອວຽກງານໃນຂະແໜງການສຶກສາຂອງລາວຫຼາຍດ້ານ ໂດຍສະ
ເພາະແມ່ນດ້ານການປະກັນຄຸນະພາບການສຶກສາ, ວຽກງານການຄຸ້ມຄອງ ແລະ ບໍລິຫານປຶ້ມແບບຮຽນ, ວຽກງານແຜນການ, ງົບປະມານ, ວຽກງານຕິດຕາມ, ປະເມີນຜົນ ແລະ ວຽກງານອື່ນໆ.
ສະແດງຄວາມຄິດເຫັນ