ຈີນຜ່ານກົດໝາຍຍົກລະດັບການຄວບຄຸ້ມການນຳໃຊ້ອິນເຕີເນັດ



ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 7 ພະຈິກ 2016 ວ່າ ສະພາປະຊາຊົນຈີນ ຜ່ານຮ່າງກົດໝາຍຄວາມໝັ້ນຄົງທາງໄຊເບີ້ສະບັບໃໝ່ໃນມື້ນີ້ ເຊິ່ງເປັນການຍົກລະດັບຄວາມເຂັ້ມງວດໃນການຄວບຄຸມເສລີພາບໃນການສະແດງອອກເທິງອິນເຕີເນັດ ໂດຍເນື້ອໃນຂອງກົດໝາຍໃໝ່ຫ້າມບໍ່ໃຫ້ຜູ້ໃຊ້ເຜີຍແຜ່ເນື້ອໃນທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຕໍ່ກຽດ ແລະ ສັກສີຂອງຊາດ ສ້າງຄວາມປັ່ນປ່ວນຕໍ່ຄວາມສະຫງົບຮຽບຮ້ອຍຂອງສັງຄົມ ຫຼື ລະບົບເສດຖະກິດ ຫຼື ມີຈຸດປະສົງເພື່ອລົບລ້າງ ແລະ ຕໍ່ຕ້ານລະບອບສັງຄົມນິຍົມ
ຂະນະທີ່ບໍລິສັດຜູ້ໃຫ້ບໍລິການອິນເຕີເນັດຈະຕ້ອງມີການຢືນຢັນຕົວຕົນຂອງຜູ້ໃຊ້ທຸກຄົນ ເຊິ່ງໝາຍຄວາມວ່າການບໍ່ສະແດງຕົວຕົນ "ນິລະນາມ" ຈະກາຍເປັນເລື່ອງທີ່ຜິດກົດໝາຍ ລວມທັງຕ້ອງມີການເປີດເຜີຍຂໍ້ມູນຂອງຜູ້ໃຊ້ຕາມທີ່ທາງການຮ້ອງຂໍ
ທາງການຈີນດຳເນີນການກວດສອບ ແລະ ຄວບຄຸມການໃຊ້ອິນເຕີເນັດຢ່າງເຂັ້ມງວດມາເປັນເວລາດົນນານ ກ່ອນຈະຍົກລະດັບມາດຕະການເມື່ອປີ 2013 ໂດຍອອກກົດໝາຍປາບປາມກຸ່ມນັກເຄື່ອນໄຫວ ແລະ ການເຜີຍແຜ່ "ຂ່າວລື" ທາງອິນເຕີເນັດ ເຮັດໃຫ້ມີນັກຂຽນເວັບໄຊທ໌ ແລະ ສື່ມວນຊົນຫຼາຍຮ້ອຍຄົນຖືກຄວບຄຸມຕົວເນື່ອງຈາກກໍລະນີດັ່ງກ່າວ.

ສະແດງຄວາມຄິດເຫັນ