ຊາວອິນໂດປະທ້ວງດຸເດືອດຮຸນແຮງ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjqAIPmBnp5lsiq0BgShllJE6zOwEt24HODJpFo3r4SpbM9-PBkjHHbpsWGRW4cqk_xQcsl6D1nj5lYYZT3Lp2B4_TUZIMXtBmURXu0bJMEFCR4u3E_faK2JzOck_WtOpS9s-46xgmHG7k/s640/ECFFF21AAD2D4090B5C5DC158A1E5D76.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjqAIPmBnp5lsiq0BgShllJE6zOwEt24HODJpFo3r4SpbM9-PBkjHHbpsWGRW4cqk_xQcsl6D1nj5lYYZT3Lp2B4_TUZIMXtBmURXu0bJMEFCR4u3E_faK2JzOck_WtOpS9s-46xgmHG7k/s400/ECFFF21AAD2D4090B5C5DC158A1E5D76.jpg)
ສຳນັກຂ່າວບລູມເບີກລາຍງານວ່າ ຈຸດທີ່ກໍ່ໃຫ້ເກີດເຫດປະທ້ວງດັ່ງກ່າວມາຈາກຄຳເວົ້າຂອງອາຮົກ ເຊິ່ງເປັນເຈົ້າຄອງນະຄອນຫຼວງຈາກາຕ້າຄົນທຳອິດທີ່ເປັນຊາວອິນໂດເນເຊຍເຊື້ອສາຍຈີນ ແລະ ນັບຖືສາສະໜາຄຣິສ ວິຈານນັກການເມືອງຝ່າຍກົງຂ້າມເມື່ອວັນທີ 24 ຕຸລາ ດ້ວຍການຍົກຂໍ້ຄວາມໃນຄຳພີອັນກຸຣະອານມາຕີຄວາມວ່າ ຫຼັກສາສະໜາບໍ່ໄດ້ຫ້າມການລົງຄະແນນສຽງໃຫ້ກັບບຸກຄົນທີ່ບໍ່ແມ່ນມຸດສະລິມ ສົ່ງຜົນໃຫ້ກຸ່ມອະລັກນິຍົມຫຼາຍລາຍເຫັນວ່າການຕີຄວາມດັ່ງກ່າວຄືການດູໝິ່ນສາສະໜາອິດສະລາມ ເຖິງອາຮົກຈະປະຕິເສດວ່າຄຳເວົ້າດັ່ງກ່າວບໍ່ໄດ້ມີເຈດຕະນາດູໝິ່ນ
![](https://blogger.googleusercontent.com/img/b/R29vZ2xl/AVvXsEi_llhWitM1CmDap0aFnLdtahyds2QjyXnsUYGTX-ag2iiKV92JshzxgzPDMcCQJIdogqCf5jW8UVSow-O4OS2my6Bc6V-GylKh9eI9j34d5Iwekl6Cu4j_MhdV5q-CQqgKbj5XPQj7_Fg/s400/217F9835CD804196ABE749CC67A35A7B.jpg)
ສະຖານະການປະທ້ວງມີຄວາມຮຸນແຮງຂຶ້ນ ເນື່ອງຈາກນັກການເມືອງບາງລາຍປຸກລະດົມກຸ່ມແນວໜ້າປົກປ້ອງສາສະໜາອິດສະລາມ ເຊິ່ງເປັນກຸ່ມມຸດສະລິມຫົວຮຸນແຮງ ຫຼັງຈາກທີ່ ຊູຊິໂລ ບຳບັງ ຢູໂດໂຢໂນ ອະດີດປະທານາທິບໍດີອິນໂດເນເຊຍ ສະແດງຄວາມເຫັນວ່າຄຳເວົ້າດັ່ງກ່າວຂອງອາຮົກຖືເປັນການດູໝິ່ນສາສະໜາ ເຊິ່ງບຸກຄົນດັ່ງກ່າວຕ້ອງໄດ້ຮັບໂທດຈຳຄຸກເປັນເວລາ 5 ປີ
ເຖິງຢ່າງໃດກໍ່ຕາມ ສຳນັກຂ່າວຈາກາຕ້າໂພສລາຍງານວ່າ ຢູໂດໂຢໂນ ປະຕິເສດຄຳກ່າວອ້າງວ່າຢູ່ເບື້ອງຫຼັງກຸ່ມປະທ້ວງ
![](https://blogger.googleusercontent.com/img/b/R29vZ2xl/AVvXsEhsg_RWy-eFOq7cTMClyvSDJUZ6I_5b2gTQRa7kpF76noB-qgIeI-3avkgPMCtDSJaOsIJSFbxgp_mkyPenGQ_7T-Th5JsNuQu0K203r5uYcILzq7y0F8grO8jcg9UkdHrb_O7RzzkIbmI/s400/555F26A276D24A038EFD40D72A7D4D9F.jpg)
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ