ລະບົບນິຕິກຳຂອງ ສປປ.ລາວ - ອິດສະຫຼະ

ລະບົບນິຕິກຳຂອງ ສປປ.ລາວ



ກົດໝາຍວ່າດ້ວຍ ການສ້າງນິຕິກຳ (2012) ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ ກຳນົດລະບົບນິຕິກຳ ສຳລັບການສ້າງ ແລະ ການນຳເອົານິຕິກຳເຂົ້າມາສູ່ລະບົບ. ຕໍ່ໄປນີ້ ເປັນການສະຫລຸບເອົາບັນດາ ອົງປະກອບຕົ້ນຕໍ ແລະ ຂັ້ນຕອນ ຂອງລະບົບນິຕິກຳ ຢູ່ ສປປ ລາວ.

ລຳດັບນິຕິກຳ 
ອີງຕາມ ກົດໝາຍວ່າດ້ວຍ ການສ້າງນິຕິກຳ (2012), ນິຕິກຳທີ່ມີຜົນບັງຄັບທົ່ວໄປ ຂອງ ສປປ ລາວ ປະກອບດ້ວຍ:

1. ລັດຖະທຳມະນູນ;
2. ກົດໝາຍ;
3. ມະຕິຂອງສະພາແຫ່ງຊາດ;
4. ມະຕິຂອງຄະນະປະຈຳສະພາແຫ່ງຊາດ;
5. ລັດຖະບັນຍັດຂອງປະທານປະເທດ;
6. ດຳລັດຂອງລັດຖະບານ;
7. ມະຕິຂອງລັດຖະບານ;
8. ຄຳສັ່ງ, ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ;
9. ຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳຂອງລັດຖະມົນຕີວ່າການ, ຫົວໜ້າອົງການທີ່ຂຶ້ນກັບລັດຖະບານ;
10. ຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳ ຂອງເຈົ້າແຂວງ, ເຈົ້າຄອງນະຄອນ;
11. ຄຳສັ່ງ, ຂໍ້ຕົກລົງ ແລະ ຄຳແນະນຳຂອງເຈົ້າເມືອງ ແລະ ຫົວໜ້າເທດສະບານ;
12. ກົດລະບຽບຂອງບ້ານ.

ກໍລະນີ ບົດບັນຍັດຂອງນິຕິກຳທີ່ປະກາດໃຊ້ແລ້ວ ແລະ ນິຕິກຳທີ່ຫາກໍ່ຖືກຮັບຮອງ ຫາກຂັດກັບບົດບັນຍັດ ຂອງສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ, ໃຫ້ປະຕິບັດຕາມບົດບັນຍັດ ຂອງສົນທິສັນຍາ ຫລື ສັນຍາສາກົນ.

ກໍລະນີ ນິຕິກຳມີການຂັດກັນ ໃຫ້ປະຕິບັດຕາມນິຕິກຳທີ່ຢູ່ຂັ້ນສູງກວ່າ.

ກໍລະນີ ນິຕິກຳຢູ່ຂັ້ນດຽວກັນ ຫາກມີການຂັດກັນ ໃຫ້ປະຕິບັດຕາມນິຕິກຳທີ່ອອກນຳຫລັງ. ກໍລະນີ ນິຕິກຳຢູ່ຂັ້ນດຽວກັນມີການຂັດກັນ ໃຫ້ປະຕິບັດຕາມນິຕິກຳທີ່ມີລັກສະນະສະເພາະ.

ຜົນສັກສິດຂອງນິຕິກຳ 
ນິຕິກຳລະດັບຊາດ ແລະ ແຂວງ ມີຜົນສັກສິດໃນເວລາ 12:00 ກາງຄືນ ພາຍຫລັງ 15 ວັນປະຕິທິນຕິດຕໍ່ກັນ ຫລັງຈາກວັນພິມເຜີຍແຜ່ ໃນຈົດໝາຍເຫດທາງລັດຖະການ. ສະລັບນິຕິກຳ ຂັ້ນເມືອງ ແລະ ບ້ານ ການພິມເຜີຍແຜ່ ສາມາດດຳເນີນ ໂດຍຜ່ານຈົດໝາຍເຫດທາງ ລັດຖະການ ຫລື ສື່ສິ່ງພິມທ້ອງຖິ່ນ ຫລື ຕິດປະກາດ ຕາມສະຖານທີ່ ຊຶ່ງປະຊາຊົນສາມາດເຂົ້າເຖິງງ່າຍ.

ໃນກໍລະນີຮີບດ່ວນ ຫລື ຈຳເປັນ, ນິຕິກຳຕ້ອງມີຜົນສັກສິດທັນທີ ນັບແຕ່ເວລາອອກນິິຕິກຳດັ່ງກ່າວ ເປັນຕົ້ນໄປໂດຍສະເພາະ ໃນເວລາທີ່ຮຽກຮ້ອງໃຫ້ລັດຖະບານປະຕິບັດໜ້າທີ່ທີ່ສຳຄັນ ເພື່ອປົກປ້ອງຊີວິດ, ສຸຂະພາບ ຫລື ຄວາມປອດໄພຂອງປະຊາຊົນ.

ກໍລະນີທີ່ນິຕິກຳ ກຳນົດວັນມີຜົນສັກສິດ ຊຶ່ງຊ້າກວ່າວັນທີ່ໄດ້ກຳນົດໄວ້ໃນການພິມເຜີຍແຜ່ ແລະ ຕາບໃດ ທີ່ມີການພິມເຜີຍແຜ່ ຫລື ຕິດປະກາດ ເປັນເວລາຢ່າງຕໍ່າ 15 ວັນຕິດຕໍ່ກັນແລ້ວ ນິຕິກຳຕ້ອງຖືວ່າ ມີຜົນສັກສິດ ໃນເວລາ 12:00 ກາງຄືນ ຂອງວັນທີ່ຖືກກຳນົດຢູ່ໃນບົດບັນຍັດ ເມື່ອມີການລະບຸເປັນວັນປະຕິທິນ ຫລື ພາຍຫລັງການຄິດໄລ່ ໄລຍະທີ່ຖືກລະບຸຢູ່ໃນນິຕິກຳນີ້.

ໃນກໍລະນີທີ ວັນນິຕິກຳມີຜົນສັກສິດຫາກເປັນວັນອາທິດ ຫລື ວັນພັກທາງລັດຖະການຂອງ ສປປ ລາວ [ຫລື ສໍາລັບນິຕິກໍາຂັ້ນທ້ອງຖິ່ນ ວັນພັກ ຫລື ການສະເຫລີມສະຫລອງ ຂອງທ້ອງຖິ່ນ], ຜົນສັກສິດຂອງນິຕິກຳ ຈະຕ້ອງລໍໄປຈົນກວ່າຈະຮອດວັນລັດຖະການຖັດໄປ.

ສິ່ງທ້າທາຍຂອງຄວາມບໍ່​ສອດ​ຄ່ອງ ຂອງ​ເນື້ອ​ໃນ​ນິ​ຕິ​ກຳ

ກໍລະນີ ບຸກຄົນ ຫລື ການຈັດຕັ້ງ ຫາກພົບ​ເຫັນຄວາມບໍ່ສອດຄ່ອງ ຂອງເນື້ອໃນນິຕິກຳ ທີ່ຢູ່ໃນຮູບແບບໂທລະສານ ທີ່ພິມເຜີຍແຜ່ ຢູ່ໃນຈົດໝາຍເຫດທາງລັດຖະການ ເມື່ອມາທຽບກັບຕົ້ນສະບັບຂອງນິຕິກຳທີ່ສ້າງຂຶ້ນ ໃນຮູບແບບເປັນໂທລະພິມ ແລະ ເນື້ອໃນ ທີ່ຖືກພິມເຜີຍແຜ່, ຕໍ່ກໍລະນີດັ່ງກ່າວ ເນື້ອໃນຢູ່ໃນເອກະສານຕົ້ນສະບັບ ຊຶ່ງທາງ​ໜ່ວຍ​ງານຈົດໝາຍເຫດທາງລັດຖະການ ໄດ້ຮັບຕາມຂັ້ນຕອນທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ (2012) ແລະ ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງເທົ່ານັ້ນ ຈຶ່ງມີຜົນທາງດ້ານກົດໝາຍ.

ໄລຍະການປະກອບຄຳເຫັນ 60 ວັນ ໃສ່ຮ່າງນິຕິກຳ 
ຮ່າງນິຕິກຳ ໄດ້ຈາກອົງການ ຕໍ່ໄປນີ້:

- ປະທານປະເທດ;
- ຄະນະປະຈຳຂອງສະພາແຫ່ງຊາດ;
- ຫ້ອງວ່າການລັດຖະບານ ແລະ ກະຊວງອ້ອມຂ້າງສູນກາງ;
- ສານປະຊາຊົນສູງສຸດ;
- ອົງການໄອຍະການປະຊາຊົນສູງສຸດ;
- ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.

ຄະນະກຳມະການຮ່າງ ທີ່ແຕ່ງຕັ້ງໂດຍອົງການສ້າງນິຕິກຳ ຕ້ອງນຳເອົາຮ່າງນິຕິກຳ ລົງເຜີຍແຜ່ໃນເວັບໄຊທ໌ ຫລື ພິມໃສ່ສື່ສິ່ງພິມ ຫລື ສື່ອື່ນໆ ເພື່ອຮັບປະກັນວ່າ ນິຕິກຳດັ່ງກ່າວ ເຂົ້າເຖິງປະຊາຊົນແທ້ ເປັນເວລາຢ່າງໜ້ອຍ ຫົກສິບວັນ ເພື່ອການປະກອບຄຳເຫັນ, ຍົກເວັ້ນແຕ່ ກໍລະນີຈຳເປັນ ແລະ ຮີບດ່ວນ ຊຶ່ງສາມາດຈັດຕັ້ງປະຕິບັດ ໄດ້ທັນທີ. ການພິມເຜີຍແຜ່ ຕ້ອງມີເນື້ອໃນຂອງຮ່າງກົດໝາຍທີ່ຄົບຖ້ວນ ໃນນັ້ນລວມເອົາບົດສະເໜີກ່ຽວກັບ ເຫດຜົນ ແລະ ບົດປະເມີນຜົນກະທົບ ດ້ານກົດໝາຍ ແລະ ດ້ານງົບປະມານ ຂອງນິຕິກຳ.

ບຸກຄົນ, ນິ​ຕິ​ບຸກ​ຄົນ ຫຼື ການ​ຈັດ​ຕັ້ງ ທັງ​ພາຍ​ໃນ ແລະ ຕ່າງປະເທດ ມີສິດປະກອບຄຳເຫັນໃສ່ຮ່າງນິຕິກຳ  ໂດຍສົ່ງຄຳເຫັນ ຫລື ຂໍ້ສະເໜີແນະ ໃຫ້ແກ່ອົງການ ທີ່ຮັບຜິດຊອບສ້າງນິຕິກຳ ພາຍໃນກຳ​ນົດ​ເວ​ລາ 60 ວັນ.

ອີງຕາມກົດໝາຍວ່າດ້ວຍ ການສ້າງນິຕິກຳ ຄະນະກຳມະການຮ່າງນິຕິກຳ ສາມາດນຳເອົາຮ່າງ ນິຕິກຳລົງໃນ ເວັບໄຊທ໌ຈົດໝາຍເຫດທາງລັດຖະການ ເພື່ອທາບ​ທາມ ແລະ ປະກອບຄຳເຫັນ.  ໜ່ວຍ​ງານຈົດໝາຍເຫດທາງລັດຖະການ ຈະເຮັດໜ້າທີ່ເກັບກຳຮ່າງນິຕິກຳດັ່ງກ່າວ ໃນລະຫວ່າງໄລຍະການປະກອບຄຳເຫັນ ແລະ ຄຳເຫັນທັງໝົດ ຈະຖືກສົ່ງຕໍ່ໄປໃຫ້ ຄະນະກຳມະການ ຮ່າງນິຕິກຳ ໂດຍ​ອັດ​ຕະ​ໂນ​ມັດ.

No comments

Powered by Blogger.