ປະຫວັດ ວັດອົງຕື້ ມະຫາວິຫານ


ວັດອົງຕື້ເປັນວັດໜຶ່ງ ໃນຈຳນວນຫຼາຍໆວັດທີ່ເກົ່າແກ່ ແລະ ມີຄວາມໝາຍສຳຄັນທາງບູຮານສະຖານ ແລະ ປະຫວັດສາດຢູ່ໃນນະຄອນຫຼວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທັງເປັນວັດທີ່ປະຊາຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມເຄົາລົບ.
ນອກຈາກນີ້ ວັດອົງຕື້ ຍັງເປັນວັດສຳລັບປະກອບພິທີ ທີ່ສຳຄັນຕ່າງໆທາງລາຊະການ (ສະໄໝເກົ່າ) ເຊັ່ນ: ພິທີຖືນ້ຳ (ສັດຕະຍາບັນ ຫຼື ສາບານ) ຂອງອາດຍາສິດການປົກຄອງຕ່າງໆ ແລະ ພິທີທຳບຸນສຳຄັນໆ ທີ່ເປັນທາງການ ສິ່ງສຳຄັນທີ່ດຶງດູດເອົາປະຊາຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ເກີດສັດທາເຫຼື້ອມໃສນັ້ນກໍ່ຍ້ອນວ່າ ວັດອົງຕື້ ເປັນວັດທີ່ເກົ່າແກ່ ເຊິ່ງມີສິມໃຫຍ່ ແລະ ພະເຈົ້າອົງຕື້ ເປັນສັກຂີພິຍານທາງປະຫວັດສາດ
ວັດອົງຕື້ເດີມຊື່ວ່າ ວັດສີພູມ ຫຼື ໄຊຍະພູມ ຕໍ່ມາເຖິງປີ ຄ.ສ 1566 ພະເຈົ້າໄຊຍະເສດຖາທິລາດ ໄດ້ມາສ້າງພະເຈົ້າອົງຕື້ຂຶ້ນແລ້ວມາປະດິດສະຖານໄວ້ໃນວັດສີພູມນີ້ ຈຶ່ງໄດ້ຕັ້ງຊື້ວັດໃໝ່ວ່າ "ວັດອົງຕື້" ຕາມຊື່ຂອງພະພຸດທະຮູບໃຫຍ່ນັ້ນ

ວັດອົງຕື້ໄດ້ປະຕິສັງຂອນເອົາວັດສີພູມ ເຊິ່ງເປັນວັດເກົ່າແກ່ມາແຕ່ສະໄໝ ພະຍາຈັນທະບູລີປະສິດທິສັກ ໄດ້ສ້າງຂຶ້ນ ໃນລະຫວ່າງ 300 ປີກ່ອນ ຄ.ສ ຫຼັງຈາກນັ້ນມາເປັນເວລາ 1870 ກວ່າປີ ຈຶ່ງມາເຖິງສະໄໝພະເຈົ້າໄຊຍະເສດຖາທິລາດ ໄດ້ເປັນຜູ້ມາສະຖາປະນາເອົາເມືອງວຽງຈັນຂຶ້ນເປັນນະຄອນຫຼວງຂອງປະເທດໃນປີ ຄ.ສ 1560 ມາເຖິງປີ ຄ.ສ 1566 ວັດອົງຕື້ຈຶ່ງໄດ້ສະຖາປະນາຂຶ້ນຈາກວັດສີພູມດັ່ງກ່າວມາແລ້ວ
ໂດຍ: ພະອາຈານ ມະຫາຜ່ອງ ສະມາເລີກ

ສະແດງຄວາມຄິດເຫັນ