ໝາກແອັບເປິ້ນແຕ່ລະສີມີປະໂຫຍດແບບໃດ


ທ່ານອາດຈະຄຸ້ນເຄີຍກັບແອັບເປິ້ນສີແດງ ແຕ່ຄວາມຈິງແລ້ວໝາກໄມ້ຊະນິດນີ້ມີຫຼາກຫຼາຍສີ ເຊິ່ງແຕ່ລະສີກໍ່ມີປະໂຫຍດແຕກຕ່າງກັນໄປ
ແອັບເປິ້ນເປັນໝາກໄມ້ທີ່ເໝາະສົມກັບຜູ້ປ່ວຍ ໂດຍສະເພາະຜູ້ປ່ວຍເບົາຫວານ ແລະ ຜູ້ຕ້ອງການຄວບຄຸມນ້ຳຕານໃນເລືອດ ເຖິງແມ່ນວ່າແອັບເປິ້ນຈະມີນ້ຳຕານທຳມະຊາດຫຼາຍ ແຕ່ເຮັດໃຫ້ນ້ຳຕານໃນເລືອດເພີ່ມຂຶ້ນຊ້າໆ ແລະ ແອັບເປິ້ນມີໄຟເບີ້ຊະນິດລະລາຍນ້ຳສູງຫຼາຍ
ແອັບເປິ້ນແດງ ມີຈຸດເດັ່ນຢູ່ບ່ອນວ່າດີຕໍ່ສຸຂະພາບຄື ມີສານແອັນຕີ້ອອກຊິແດັນຫຼາຍທີ່ສຸດ ແລະ ຍັງມີອິລາສຕິນ ແລະ ຄໍລາເຈນທີ່ດີຕໍ່ສຸຂະພາບຜິວອີກດ້ວຍ
ແອັບເປິ້ນສີຊົມພູ ມີສານຟິໂນລິກຫຼາຍທີ່ສຸດໃນບັນດາແອັບເປິ້ນດ້ວຍກັນ ຊ່ວຍຢຸດຢັ້ງການເກີດຝ້າ ແລະ ເຮັດໃຫ້ນານແກ່ເຖົ້າ ນອກຈາກນັ້ນຍັງມີຟາໂວນອຍທີ່ຊ່ວຍເພີ່ມການດູດຊຶມວິຕາມິນຊີເຮັດໃຫ້ເສັ້ນເລືອດຝອຍແຂງແຮງ, ຫຼຸດຜ່ອນການອັກເສບ, ຫຼຸດໄຂ້ ລວມທັງຊ່ວຍປ້ອງກັນເລືອດອອກຕາມເຫງືອກໄດ້ອີກ
ແອັບເປິ້ນສີຂຽວ ມີລົດສົ້ມອົມຫວານຊ່ວຍໃນເລື່ອງການຄວບຄຸມນ້ຳໜັກໄດ້ດີ ເພາະການກິນແອັບເປິ້ນສີຂຽວ ນອກຈາກຈະໄດ້ຮັບນ້ຳຕານໜ້ອຍແລ້ວຍັງມີອິລາສຕິນ ແລະ ຄໍລາເຈນທີ່ຊ່ວຍໃຫ້ຜິວແຂງແຮງ ແລະ ຫົດຢືດໄດ້ດີ
ແອັບເປິ້ນສີເຫຼືອງ ມີສານເຄວໍຊິຕິນທີ່ຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດໂລກມະເຮັງ, ໂລກຫຼອດເລືອດຫົວໃຈ ແລະ ຕໍ້ຕາ

ສະແດງຄວາມຄິດເຫັນ